ລີຊະບົນ
Context of ລີຊະບົນ
ລີຊະບົນ (ຝຣັ່ງ: Lisbonne) ຫຼື ລີຊະໂບອາ (ປອກຕຸຍການ: Lisboa, ອອກສຽງ: [liʒˈboɐ]) ແມ່ນນະຄອນຫຼວງແລະເມືອງໃຫຍ່ທີ່ສຸດຂອງປອກຕຸຍການ. ຕົວເມືອງມີປະຊາກອນ 564,657 ຄົນ ແຕ່ຈະມີປະຊາກອນປະມານ 2,760,723 ຄົນ (ຂໍ້ມູນປີ 2005) ຖ້າລວມເຂດທີ່ຢູ່ອາໄສໂດຍອ້ອມດ້ວຍ. ລີຊະບົນຕັ້ງຢູ່ທິດຕາເວັນຕົກຂອງປະເທດ ແຄມຝັ່ງມະຫາສະໝຸດອັດລັງຕິກຂອງແຫຼມອີເບລີ ຕັ້ງຢູ່ທາງໃຕ້ຂອງເອີລົບແລະຕິດກັບມະຫາສະໝຸດ. ການຕັ້ງຢູ່ບໍລິເວນນີ້ ເຮັດໃຫ້ລິຊະບົນໄດ້ຮັບອິດທິພົນຈາກກະແສນ້ຳກັບສະຕະລີມ (Gulf Stream) ເຊິ່ງເຮັດໃຫ້ລິຊະບົນເປັນນະຄອນຫຼວງທີ່ມີພູມອາກາດອົບອຸ່ນທີ່ສຸດໃນເອີລົບ.